Friday, December 3, 2010

Bounthanong Xomxayphonh / Four Seasons

1 comment:

  1. ໄດ້ເດິນຜ່ານທຸກປີສີ່ຣະດູ
    ໄດ້ພົບຄູ່ຄົນຮັກນິສັຍດຽວ
    ໄດ້ພົບເພື່ອນຜູ່ພັກດີໜັ້ນໝຽວ
    ເປັນເໜືອນທ້ຽວຝູງບິນສູ່ສະໝາມ.

    ໄດ້ກັບມາຢາມບ້ານຖ້ານທີສີ່
    ທຸກໆທີທຸກເທື່ອເຫຼືອຈະຮ່ຳ
    ເຫັນເມັກໜອກເຫັນທ້ອງຟ້າຍາມຄ່ຳ
    ເຫັນແສງຕາດຳໆທີ່ຍັງຮ່ຳຮຽກຫາ.

    ແສງເສຣີຄວາມພັກດີແລະສິນທັມ
    ທີ່ຟ້ານຳໄປຈ່າຍຄ່າໝີ້ສິນ
    ບ້ານແມ່ເປັນດັ່ງແຜຮ້າຍທີ່ຣາຄິນ
    ລູກຫຼານບິນໂບຍໂບກສູ່ໂລກອື່ນ.

    ເຂົາໄປຢືນຢືນສູ້ກັບລົມແຮງ
    ເພາະຢາກແຍງແສງສີຄວາມສວຍຊື່ນ
    ໃນບ້ານຕົນຂົນຂວັຍບໍ່ເກີນຂື້ນ
    ຕ້ອງໄດ້ຝືນຂາຍໃຈຂາຍຕົວ.

    ຈື່ງກັບຫາທານທາຣາບ້ານອີ່ແມ່
    ຍາກເພາະແຜກາງໃຈໄໜ້ລາມທົ່ວ
    ໃນບ້ານຕົນຍາມໃດໄດ້ຍິ້ມຫົວ
    ກໍແມ່ນສຽງຫົວທີ່ຣະທົມ.

    ຣະດູໃດກໍວ່າຈະໄດ້ເງີຍແຫງນ
    ເຫັນແສງສີເປັນແຫວ່ນແຍງຊົມ
    ຣະດູນີ້ຟ້າປ່ຽນສີຄົງສຸຂສົມ
    ຣະດູໝ້າໄປນຳລົມຢ່າງສະບາຍ.

    ແຕ່...

    ເພາະກາຍເປັນເຊັ່ນເສດສັງຄົມ
    ຄວາມຂື່ນຂົມຝັງແໝ້ນໃນອົກ
    ບ້ານກາຍເປັນນາຣົກ
    ທີ່ຮົກເຮື້ອແຕ່ຄົນພານ..

    ReplyDelete