Wednesday, December 1, 2010

SaixeLamphaou / My Beautiful Birth Place

3 comments:

  1. ທີ່ໃດຈະທຽບເທົ້າ...........ບ້ານພໍ່ແມ່ຂອງເຮົາ
    ບ່ອນເກີດພູມອາໄສ........ຖິ່ນເດີມດາເຄົ້າ
    ເຖິງວ່າໄປອາໄສຊົ້ນ........ເມືອງຈະເລີນລໍ້າເລີດ
    ກໍບໍ່ເໝືອນບ້ານຂ້ອຍ......ຄາວນ້ອຍໄດ້ອາໄສ ໄດ້ແລ້ວ

    ສາຍເຊລຳເພົາ (saixelamphao)

    ReplyDelete
  2. ແມ່ແມ່ນຄືຄຳເວົ້າ......ບົດກອນກາດກ່າຍ
    ສາຍສີພູແສງສຸຣີ.........ສະງ່າງາມແລງຄ້ຳ
    ຕາຍສາຍຂອງຫັ້ນ..........ພັລນາງາມຍິ່ງ
    ຈິງແທ້ຂອງຂາດນ້ຳ.......ແສງສະທ້ອນບໍ່ທົ່ວເຖິງ.

    ອີກພະຍາອົງເຈົ້າ........ເຈົ້າໃຫຍ່ບັນຊາສູງ
    ໃຫ້ສ້າງສາພາເພ..........ແປ່ວປາທາຣານ້ຳ
    ຮູສະຫົງກະຊິປ້ອງ.......ປົກຕັນເອົາແຮງປັ່ນ
    ຜັນເປັນໄຟສົ່ງຂ້າມ......ຂາຍໃຫ້ຊາດອື່ນໄກ.

    ບໍ່ຫ່ອນເຫັນພັຍຮ້າຍ.....ຈະກັບຕອບນຳສໝອງ
    ຫາກຄອງວັງເວິນຫາຍ.......ໜູ່ປາຕາຍສ້ຽງ
    ສຽງໂຮຮ້ອງ..............ຕັກເຕືອນເຂົາເມິນໝ່າຍ
    ຜົນປະໂຫຍດມາກໄດ້........ລາວຫັ້ນຊິຮຸ່ງເຮຶອງ.

    ເປື້ອງປ່າຍເຫັນແຕ່ແນວໄດ້..ປັດຈັຍອື່ນເມິນປະ
    ສຽງປະຊາໂວຍວາຍ.........ບໍ່ມີຄວາມໜາຍໄດ້.
    ຕ້ອງພາກັນຂົນຍ້າຍ.....ເຮືອນຊານບ້ານເຄີຍຢູ່
    ຜູ່ໃດຄີດຕອບໂຕ້.......ໂຕຫັ້ນຫາກຊິລອຍ..ຫຼີ່ຜີເອີຍ..

    ເປັນການຈາກ່າວເວົ້າ.....ຮ້ອຍເຫຼົ່າພັນທີ
    ແຕ່ໃຜເດຈະມາມີ.........ປາກສຽງເສີມໃຫ້
    ເປັນແຮງໃຈບຸກບັ້ນ......ຮັກສາດິນບ້ານອີ່ແມ່
    ທັງດົງໝາປ່າແຕ້.......ຄອງຫ້ວຍໃຫ້ຢູ່ກະເສີມ....ທ່ານເອີຍ.

    ReplyDelete
  3. ບ່ອນໃດຈະເລີດລໍ້າ ສນຸກດັ່ງເມືອງລາວເຮົາເດ
    ມາຕຸພູມແດນດິນ ທີ່ເກີດແດນທີ່ເຄີຍຢັ້ງ
    ຢາກໃຫ້ດິນແດນບ້ານ ຈະເລີນສີເຮືອງຮຸ່ງ
    ມີແຕ່ຕົນເທົ່ານັ້ນສ້າງ ຈຶ່ງເຮືອງກ້າວວັດທະນາ ທ່ານເອີຍ

    ReplyDelete