ທີ່ໃດຈະທຽບເທົ້າ...........ບ້ານພໍ່ແມ່ຂອງເຮົາບ່ອນເກີດພູມອາໄສ........ຖິ່ນເດີມດາເຄົ້າເຖິງວ່າໄປອາໄສຊົ້ນ........ເມືອງຈະເລີນລໍ້າເລີດກໍບໍ່ເໝືອນບ້ານຂ້ອຍ......ຄາວນ້ອຍໄດ້ອາໄສ ໄດ້ແລ້ວສາຍເຊລຳເພົາ (saixelamphao)
ແມ່ແມ່ນຄືຄຳເວົ້າ......ບົດກອນກາດກ່າຍສາຍສີພູແສງສຸຣີ.........ສະງ່າງາມແລງຄ້ຳຕາຍສາຍຂອງຫັ້ນ..........ພັລນາງາມຍິ່ງຈິງແທ້ຂອງຂາດນ້ຳ.......ແສງສະທ້ອນບໍ່ທົ່ວເຖິງ.ອີກພະຍາອົງເຈົ້າ........ເຈົ້າໃຫຍ່ບັນຊາສູງໃຫ້ສ້າງສາພາເພ..........ແປ່ວປາທາຣານ້ຳຮູສະຫົງກະຊິປ້ອງ.......ປົກຕັນເອົາແຮງປັ່ນຜັນເປັນໄຟສົ່ງຂ້າມ......ຂາຍໃຫ້ຊາດອື່ນໄກ.ບໍ່ຫ່ອນເຫັນພັຍຮ້າຍ.....ຈະກັບຕອບນຳສໝອງຫາກຄອງວັງເວິນຫາຍ.......ໜູ່ປາຕາຍສ້ຽງສຽງໂຮຮ້ອງ..............ຕັກເຕືອນເຂົາເມິນໝ່າຍຜົນປະໂຫຍດມາກໄດ້........ລາວຫັ້ນຊິຮຸ່ງເຮຶອງ.ເປື້ອງປ່າຍເຫັນແຕ່ແນວໄດ້..ປັດຈັຍອື່ນເມິນປະສຽງປະຊາໂວຍວາຍ.........ບໍ່ມີຄວາມໜາຍໄດ້.ຕ້ອງພາກັນຂົນຍ້າຍ.....ເຮືອນຊານບ້ານເຄີຍຢູ່ຜູ່ໃດຄີດຕອບໂຕ້.......ໂຕຫັ້ນຫາກຊິລອຍ..ຫຼີ່ຜີເອີຍ..ເປັນການຈາກ່າວເວົ້າ.....ຮ້ອຍເຫຼົ່າພັນທີແຕ່ໃຜເດຈະມາມີ.........ປາກສຽງເສີມໃຫ້ເປັນແຮງໃຈບຸກບັ້ນ......ຮັກສາດິນບ້ານອີ່ແມ່ທັງດົງໝາປ່າແຕ້.......ຄອງຫ້ວຍໃຫ້ຢູ່ກະເສີມ....ທ່ານເອີຍ.
ບ່ອນໃດຈະເລີດລໍ້າ ສນຸກດັ່ງເມືອງລາວເຮົາເດມາຕຸພູມແດນດິນ ທີ່ເກີດແດນທີ່ເຄີຍຢັ້ງຢາກໃຫ້ດິນແດນບ້ານ ຈະເລີນສີເຮືອງຮຸ່ງມີແຕ່ຕົນເທົ່ານັ້ນສ້າງ ຈຶ່ງເຮືອງກ້າວວັດທະນາ ທ່ານເອີຍ
ທີ່ໃດຈະທຽບເທົ້າ...........ບ້ານພໍ່ແມ່ຂອງເຮົາ
ReplyDeleteບ່ອນເກີດພູມອາໄສ........ຖິ່ນເດີມດາເຄົ້າ
ເຖິງວ່າໄປອາໄສຊົ້ນ........ເມືອງຈະເລີນລໍ້າເລີດ
ກໍບໍ່ເໝືອນບ້ານຂ້ອຍ......ຄາວນ້ອຍໄດ້ອາໄສ ໄດ້ແລ້ວ
ສາຍເຊລຳເພົາ (saixelamphao)
ແມ່ແມ່ນຄືຄຳເວົ້າ......ບົດກອນກາດກ່າຍ
ReplyDeleteສາຍສີພູແສງສຸຣີ.........ສະງ່າງາມແລງຄ້ຳ
ຕາຍສາຍຂອງຫັ້ນ..........ພັລນາງາມຍິ່ງ
ຈິງແທ້ຂອງຂາດນ້ຳ.......ແສງສະທ້ອນບໍ່ທົ່ວເຖິງ.
ອີກພະຍາອົງເຈົ້າ........ເຈົ້າໃຫຍ່ບັນຊາສູງ
ໃຫ້ສ້າງສາພາເພ..........ແປ່ວປາທາຣານ້ຳ
ຮູສະຫົງກະຊິປ້ອງ.......ປົກຕັນເອົາແຮງປັ່ນ
ຜັນເປັນໄຟສົ່ງຂ້າມ......ຂາຍໃຫ້ຊາດອື່ນໄກ.
ບໍ່ຫ່ອນເຫັນພັຍຮ້າຍ.....ຈະກັບຕອບນຳສໝອງ
ຫາກຄອງວັງເວິນຫາຍ.......ໜູ່ປາຕາຍສ້ຽງ
ສຽງໂຮຮ້ອງ..............ຕັກເຕືອນເຂົາເມິນໝ່າຍ
ຜົນປະໂຫຍດມາກໄດ້........ລາວຫັ້ນຊິຮຸ່ງເຮຶອງ.
ເປື້ອງປ່າຍເຫັນແຕ່ແນວໄດ້..ປັດຈັຍອື່ນເມິນປະ
ສຽງປະຊາໂວຍວາຍ.........ບໍ່ມີຄວາມໜາຍໄດ້.
ຕ້ອງພາກັນຂົນຍ້າຍ.....ເຮືອນຊານບ້ານເຄີຍຢູ່
ຜູ່ໃດຄີດຕອບໂຕ້.......ໂຕຫັ້ນຫາກຊິລອຍ..ຫຼີ່ຜີເອີຍ..
ເປັນການຈາກ່າວເວົ້າ.....ຮ້ອຍເຫຼົ່າພັນທີ
ແຕ່ໃຜເດຈະມາມີ.........ປາກສຽງເສີມໃຫ້
ເປັນແຮງໃຈບຸກບັ້ນ......ຮັກສາດິນບ້ານອີ່ແມ່
ທັງດົງໝາປ່າແຕ້.......ຄອງຫ້ວຍໃຫ້ຢູ່ກະເສີມ....ທ່ານເອີຍ.
ບ່ອນໃດຈະເລີດລໍ້າ ສນຸກດັ່ງເມືອງລາວເຮົາເດ
ReplyDeleteມາຕຸພູມແດນດິນ ທີ່ເກີດແດນທີ່ເຄີຍຢັ້ງ
ຢາກໃຫ້ດິນແດນບ້ານ ຈະເລີນສີເຮືອງຮຸ່ງ
ມີແຕ່ຕົນເທົ່ານັ້ນສ້າງ ຈຶ່ງເຮືອງກ້າວວັດທະນາ ທ່ານເອີຍ