Wednesday, December 22, 2010

Saifonh / Bloom at Night

1 comment:

  1. ເສັຍດາຍແທ້...... ດອກໄມ້ບານບານທາງຫຼັງ
    ຫັນໝ້າມາຍັງພີ້ແນ່... ລະບໍ້
    ຈະແລມອງຈະຈ້ອງຊົມ ດົມຊໍ່
    ຫຼືນຳຂື້ນເຮືອນຫໍ....ສູ່ສວັນວິມານ.

    ຈະເກັບດອກນັ້ນໄວ້.....ກາງແກ່ນໃຈ
    ຈະຖນຸຖນອມບໍ່ຍອມໃຫ້..ຫ່າງຫັນ
    ຫຼືຫ່ຽວແຫ້ງ.......ໄຮ້ແສງດວງຈັນ
    ຈະພຽນປ້ອງກັນ........ໜູ່ແມງແລະແຮງລົມ.

    ຫາກໃຈເຫງົາເຫັນດອກ....ຄົງຊື່ນ
    ຍາມໃດເສັ້າເຫັນໝ້າດອກ...ຄົງສຸຂສົມ
    ຍາມໃດປ່ຽວຂໍກ້ຽວກອດ....ດອກໄມ້ດົມ
    ບໍ່ໃຫ້ຕຣົມບອບຊ້ຳ......ແມ້ກີບບາງ...

    ReplyDelete