ເປັນເຊັ່ນຄົນນຶ່ງແລ້ວ.......ບ້ານເກົ່າເຮົາເອີຍເຄີຍໄຂຂານ..................ສ້າງອຸ່ນດີກິນໄດ້ທັງໂຫມຕູ້ມ.................ຄູມກາຍໃຫ້ອຸ່ນແລ້ວຈືງກ້າວແລ່ນຂື້ນ....ເໜືອນຄ້າຍເຂດສັງຄົມ..ນິຍົມວ່າເດ.ຄຳຜຍາກ່າວແກ້.........ແພລາຍກະສີຫຼ່າຍຂາຍດິນດອນປ່າແກ້ວ......ແນວຫຍ້າກະຂອດຂາຍ.ຜູ່ຈັງໄຮກະລວຍໄດ້.......ເກິນມະນຸດໃນແດນມີເງິນເປັນແສນໆ.........ຣົຖແລ່ນເສັງກັນໂກ້ໂຕຜູ່ຍັງແຫງນຟ້າ........ເຫັນແຕ່ງ່າໄມ້ແຕ້ຄ່າໄມ້ຄຳພີງ່າໜາກຫວ້າ....ແມ່ນບິນເວີ້ນເວິ່ນໝີ...ພຽງຫຍ້າຄາກໍຫາກໄດ້.....ຍາກຍິ່ງສຸດແສນຄຳຂວັນແຂວນຄໍມາ.......ດັ່ງເຂາະຄວາຍຕູ້ແຂວນໆໄວ້..............ຕາມຫໍຕັຍຕ້າຍຄູ່ຊູຊອນລອນຄູ່ຄ້ຳ.......ປານທັມແກ້ວແຕ່ກ່ອນມາ.ນາຍພາສາພາຄົນເວີ້ງ......ເດິນທ່ອງທຽວແດນແມ່ນອັນໃດສວຍງາມ.......ໃຫ້ກ່າວຈາຂານເວົ້າບອກຄົນເຂົາບ້ານເຮົານີ້...ອຸດົມດີມີມັ່ງຊ້າງກໍຍັງແປດຮ້ອຍ.......ແຕ່ເມືອງຂ້ອຍແມ່ນ``ລ້ານຊ້າງ``ທ່ານເອີຍ.ອັນວ່າເສືອໃນດ້າວ.......ຫຼວງຫຼາຍເຫຼືອມາກໜາກພິກຍັງຄົງເຜັດ......ເພດຄຳເຕັມພື້ນທໍຣະນີພ້ຽງ............ພູນດິນທຸກແຫ່ງຫາກຢາກແຍງເບິ່ງແລ້ວ....ໃຫ້ໄປກ້ຳຟາກພູ...ພຸ້ນເດິ.ຫຼືວ່າໄປທາງກ້ຳ.......ປັກກິ່ງກຸນມິງທັງບາງແຄບາງນາ.........ຝຣັ່ງຫຼືເມກາພຸ້ນທີ່ບາງຄົນຫາຊື້........ເປັນຂອງແພງຊາດອີ່ແມ່ຢູ່ວຽງຈັນແທ້ໆ.........ຫາກເຫັນໄດ້ທໍ່ເມັດງາ.ອັນໃດກໍຂາຍສ້ຽງ........ຂາຍເລຂາຍສົ່ງມື້ແລະວັນມຸກໜົ້ນ....ຍັງບໍ່ໄດ້ແຈ່ວປາແມ່ນແຕ່ດິນອີ່ພໍ່ຂ້ອຍ..ເຂົາຂາຍໄປຕັ້ງແຕ່ເຊັ່ນແຖວບໍ່ເຕັນເຂດນັ້ນ......ຄົນລາວຫັ້ນເກືອບບໍ່ມີແລ້ວເດ.ຈຶ່ງວ່າອົດໃຈກັ້ນ......ພໍວັນໆບ້ານອີ່ແມ່ທີ່ນັບມື້ນັບແປ........ປ່ຽນເປັນເມືອງຮ້າຍໃຫ້ຄົນລາວເຈົ້າຂອງບ້ານ...ກາຍເປັນແຂກເຢື່ອນມາເຢື່ອນຢາມເຂດບ້ານ....ຕົນຫັ້ນກ່ອນວັນ....ຊີບວາຍເອີຍ.
ເປັນເຊັ່ນຄົນນຶ່ງແລ້ວ.......ບ້ານເກົ່າເຮົາເອີຍ
ReplyDeleteເຄີຍໄຂຂານ..................ສ້າງອຸ່ນດີກິນໄດ້
ທັງໂຫມຕູ້ມ.................ຄູມກາຍໃຫ້ອຸ່ນ
ແລ້ວຈືງກ້າວແລ່ນຂື້ນ....ເໜືອນຄ້າຍເຂດສັງຄົມ..ນິຍົມວ່າເດ.
ຄຳຜຍາກ່າວແກ້.........ແພລາຍກະສີຫຼ່າຍ
ຂາຍດິນດອນປ່າແກ້ວ......ແນວຫຍ້າກະຂອດຂາຍ.
ຜູ່ຈັງໄຮກະລວຍໄດ້.......ເກິນມະນຸດໃນແດນ
ມີເງິນເປັນແສນໆ.........ຣົຖແລ່ນເສັງກັນໂກ້
ໂຕຜູ່ຍັງແຫງນຟ້າ........ເຫັນແຕ່ງ່າໄມ້ແຕ້ຄ່າ
ໄມ້ຄຳພີງ່າໜາກຫວ້າ....ແມ່ນບິນເວີ້ນເວິ່ນໝີ...
ພຽງຫຍ້າຄາກໍຫາກໄດ້.....ຍາກຍິ່ງສຸດແສນ
ຄຳຂວັນແຂວນຄໍມາ.......ດັ່ງເຂາະຄວາຍຕູ້
ແຂວນໆໄວ້..............ຕາມຫໍຕັຍຕ້າຍຄູ່
ຊູຊອນລອນຄູ່ຄ້ຳ.......ປານທັມແກ້ວແຕ່ກ່ອນມາ.
ນາຍພາສາພາຄົນເວີ້ງ......ເດິນທ່ອງທຽວແດນ
ແມ່ນອັນໃດສວຍງາມ.......ໃຫ້ກ່າວຈາຂານເວົ້າ
ບອກຄົນເຂົາບ້ານເຮົານີ້...ອຸດົມດີມີມັ່ງ
ຊ້າງກໍຍັງແປດຮ້ອຍ.......ແຕ່ເມືອງຂ້ອຍແມ່ນ``ລ້ານຊ້າງ``ທ່ານເອີຍ.
ອັນວ່າເສືອໃນດ້າວ.......ຫຼວງຫຼາຍເຫຼືອມາກ
ໜາກພິກຍັງຄົງເຜັດ......ເພດຄຳເຕັມພື້ນ
ທໍຣະນີພ້ຽງ............ພູນດິນທຸກແຫ່ງ
ຫາກຢາກແຍງເບິ່ງແລ້ວ....ໃຫ້ໄປກ້ຳຟາກພູ...ພຸ້ນເດິ.
ຫຼືວ່າໄປທາງກ້ຳ.......ປັກກິ່ງກຸນມິງ
ທັງບາງແຄບາງນາ.........ຝຣັ່ງຫຼືເມກາພຸ້ນ
ທີ່ບາງຄົນຫາຊື້........ເປັນຂອງແພງຊາດອີ່ແມ່
ຢູ່ວຽງຈັນແທ້ໆ.........ຫາກເຫັນໄດ້ທໍ່ເມັດງາ.
ອັນໃດກໍຂາຍສ້ຽງ........ຂາຍເລຂາຍສົ່ງ
ມື້ແລະວັນມຸກໜົ້ນ....ຍັງບໍ່ໄດ້ແຈ່ວປາ
ແມ່ນແຕ່ດິນອີ່ພໍ່ຂ້ອຍ..ເຂົາຂາຍໄປຕັ້ງແຕ່ເຊັ່ນ
ແຖວບໍ່ເຕັນເຂດນັ້ນ......ຄົນລາວຫັ້ນເກືອບບໍ່ມີແລ້ວເດ.
ຈຶ່ງວ່າອົດໃຈກັ້ນ......ພໍວັນໆບ້ານອີ່ແມ່
ທີ່ນັບມື້ນັບແປ........ປ່ຽນເປັນເມືອງຮ້າຍ
ໃຫ້ຄົນລາວເຈົ້າຂອງບ້ານ...ກາຍເປັນແຂກເຢື່ອນ
ມາເຢື່ອນຢາມເຂດບ້ານ....ຕົນຫັ້ນກ່ອນວັນ....ຊີບວາຍເອີຍ.