Wednesday, December 1, 2010

Xaysouvanh Phengphong / Nostalgia

1 comment:

  1. ເປັນເຊັ່ນຄົນນຶ່ງແລ້ວ.......ບ້ານເກົ່າເຮົາເອີຍ
    ເຄີຍໄຂຂານ..................ສ້າງອຸ່ນດີກິນໄດ້
    ທັງໂຫມຕູ້ມ.................ຄູມກາຍໃຫ້ອຸ່ນ
    ແລ້ວຈືງກ້າວແລ່ນຂື້ນ....ເໜືອນຄ້າຍເຂດສັງຄົມ..ນິຍົມວ່າເດ.

    ຄຳຜຍາກ່າວແກ້.........ແພລາຍກະສີຫຼ່າຍ
    ຂາຍດິນດອນປ່າແກ້ວ......ແນວຫຍ້າກະຂອດຂາຍ.

    ຜູ່ຈັງໄຮກະລວຍໄດ້.......ເກິນມະນຸດໃນແດນ
    ມີເງິນເປັນແສນໆ.........ຣົຖແລ່ນເສັງກັນໂກ້
    ໂຕຜູ່ຍັງແຫງນຟ້າ........ເຫັນແຕ່ງ່າໄມ້ແຕ້ຄ່າ
    ໄມ້ຄຳພີງ່າໜາກຫວ້າ....ແມ່ນບິນເວີ້ນເວິ່ນໝີ...

    ພຽງຫຍ້າຄາກໍຫາກໄດ້.....ຍາກຍິ່ງສຸດແສນ
    ຄຳຂວັນແຂວນຄໍມາ.......ດັ່ງເຂາະຄວາຍຕູ້
    ແຂວນໆໄວ້..............ຕາມຫໍຕັຍຕ້າຍຄູ່
    ຊູຊອນລອນຄູ່ຄ້ຳ.......ປານທັມແກ້ວແຕ່ກ່ອນມາ.

    ນາຍພາສາພາຄົນເວີ້ງ......ເດິນທ່ອງທຽວແດນ
    ແມ່ນອັນໃດສວຍງາມ.......ໃຫ້ກ່າວຈາຂານເວົ້າ
    ບອກຄົນເຂົາບ້ານເຮົານີ້...ອຸດົມດີມີມັ່ງ
    ຊ້າງກໍຍັງແປດຮ້ອຍ.......ແຕ່ເມືອງຂ້ອຍແມ່ນ``ລ້ານຊ້າງ``ທ່ານເອີຍ.

    ອັນວ່າເສືອໃນດ້າວ.......ຫຼວງຫຼາຍເຫຼືອມາກ
    ໜາກພິກຍັງຄົງເຜັດ......ເພດຄຳເຕັມພື້ນ
    ທໍຣະນີພ້ຽງ............ພູນດິນທຸກແຫ່ງ
    ຫາກຢາກແຍງເບິ່ງແລ້ວ....ໃຫ້ໄປກ້ຳຟາກພູ...ພຸ້ນເດິ.

    ຫຼືວ່າໄປທາງກ້ຳ.......ປັກກິ່ງກຸນມິງ
    ທັງບາງແຄບາງນາ.........ຝຣັ່ງຫຼືເມກາພຸ້ນ
    ທີ່ບາງຄົນຫາຊື້........ເປັນຂອງແພງຊາດອີ່ແມ່
    ຢູ່ວຽງຈັນແທ້ໆ.........ຫາກເຫັນໄດ້ທໍ່ເມັດງາ.

    ອັນໃດກໍຂາຍສ້ຽງ........ຂາຍເລຂາຍສົ່ງ
    ມື້ແລະວັນມຸກໜົ້ນ....ຍັງບໍ່ໄດ້ແຈ່ວປາ
    ແມ່ນແຕ່ດິນອີ່ພໍ່ຂ້ອຍ..ເຂົາຂາຍໄປຕັ້ງແຕ່ເຊັ່ນ
    ແຖວບໍ່ເຕັນເຂດນັ້ນ......ຄົນລາວຫັ້ນເກືອບບໍ່ມີແລ້ວເດ.

    ຈຶ່ງວ່າອົດໃຈກັ້ນ......ພໍວັນໆບ້ານອີ່ແມ່
    ທີ່ນັບມື້ນັບແປ........ປ່ຽນເປັນເມືອງຮ້າຍ
    ໃຫ້ຄົນລາວເຈົ້າຂອງບ້ານ...ກາຍເປັນແຂກເຢື່ອນ
    ມາເຢື່ອນຢາມເຂດບ້ານ....ຕົນຫັ້ນກ່ອນວັນ....ຊີບວາຍເອີຍ.

    ReplyDelete